Saturday, September 15, 2012

ການຕະຫຼາດແບບອອນລາຍ (E-marketing)





          ການຊື້ເຄື່ອງອອນລາຍຍັງເປັນເລື່ອງໄກຕົວສຳຫຼັບຄົນລາວ ໂດຍສະເພາະຜູ້ມີລາຍໄດ້ຕ່ຳ. ແຕ່ຫຼາຍຄົນຄົງຍັງບໍ່ຮູ້ວ່າ ການຊື້ເຄື່ອງອອນລາຍແມ່ນ ປອດໄພ, ຖືກ, ແລະ ຄຸ້ມຄ່າ.

          ເຖິງວ່າ ຢູ່ບ້ານເຮົາຍັງບໍ່ທັນມີຮ້ານຄ້າອອນລາຍ ຫຼືວ່າມີກໍ່ບໍ່ແນ່ໃຈ, ແຕ່ຄິດວ່າຕໍ່ໄປ
ຄົງຈະມີແນວໂນມເກີດຂື້ນຫຼາຍ ເພາະບ້ານເມືອງເຮົາກຳລັງພັດທະນາໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

          ສະນັ້ນ ການຮຽນຮູ້ເລື່ອງການຊື້ຂາຍ ຫຼືການຕະຫຼາດອອນລາຍ ຈຶ່ງເປັນສິ່ງຈຳເປັນ ເພື່ອຍົກສູງ
ຊີວິດການ ເປັນຢູ່ຂອງຄົນລາວເຮົາໃຫ້ທຽບເທົ່າກັບສາກົນ.


ການດຳເນີນຕະຫຼາດອອນລາຍ (Online Marketing)
                       
          ເປັນແນວທາງທີ່ມາແຮງຫຼາຍໃນຍຸກນີ້ ເຊິ່ງເປັນວັດຕະກຳໜຶ່ງທາງດ້ານການຕະຫຼາດ
ກໍ່ຄືຈະແບ່ງເປັນ 2 ແນວນທາງຄື:
                                 1.ການຕະຫຼາດແບບ Offline Marketing ກໍ່ຄື: ການສື່ສານການຕະຫຼາດ
ໂດຍໃຊ້ເຄື່ອງມືກຸ່ມ Above the line ແລະ ກຸ່ມ Below the line Activities ເຊິ່ງກໍ່ຄື: ກິດຈະກຳ
ທາງໂຄສະນາ ການຕະຫຼາດແລະການຂາຍທີ່ບໍ່ກ່ຽວຂ້ອງກັບອິນເຕີເນັດແລະຈັບຕ້ອງໄດ້ນັ້ນເອງ. 
                                 2.ການຕະຫຼາດແບບອອນລາຍ Online Marketing ກໍ່ຄືການຕະຫຼາດທີ່ມີກິດຈະກຳໃນໂລກໄຊເບີ ຫຼືລະບົບອິນເຕີເນັດທັງໝົດນັ້ນເອງ ບໍ່ວ່າຈະເປັນການຊື້ການຂາຍ ການໂຄສະນາຫຼືການວາງແຜນການຕະລາດຜ່ານທາງອິນເຕີເນັດ ເຊິ່ງປະຈຸບັນມີຄວາມສຳຄັນຫຼາຍແລະສາມາດລົດຜ່ອນຄ່າໃຊ້ຈ່າຍໄດ້ຢ່າງມະຫາສານ ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້  
                      

          ວິທີການຕີຕະຫຼາດໃນໂລກອອນລາຍ ອົງປະກອບຕ່າງໆ ຂອງຕະຫຼາດແບບພານິດ ອິເລັກໂຕຣນິກ ເປັນສິ່ງສໍາຄັນ ທີ່ຜູ້ປະກອບການມີຫນ້າຮ້ານເທິງໂລກໄຊເບີແຫ່ງນີ້
ຈະຕ້ອງທຳຄວາມເຂົ້າໃຈເປັນຢ່າງດີ ເພື່ອຈະໄດ້ຈັດກິດຈະກໍາການຕະຫຼາດຕາມຄວາມເຫມາະສົມ ແລະເກີດປະສິດທິຜົນຫຼາຍທີ່ສຸດ.
            
          ຢູ່ໃນເລີ່ມຕົ້ນນັ້ນ ການຕະຫຼາດອາດເປັນເລື່ອງຍາກສໍາລັບຜູ້ດໍາເນີນການໃຫມ່ ລວມເຖິງຜູ້ປະກອບການທີ່ກຳລັງດຳເນີນທຸລະກິດຢູ່. ເຖິງຢ່າງໃດກໍຕາມ, ການສຶກສາຫາຂໍ້ມູນ ແລະຄວາມເຂົ້າໃຈຂອງວິທີການຕະຫຼາດຈະສາມາດນໍາເອົາຂໍ້ມູນຂ່າວສານດັ່ງກ່າວເພື່ອສືບຕໍ່ຄວາມ
ເຂົ້າໃຈໄດ້. ນີ້ຈະຊ່ວຍເຮັດໃຫ້ທຸລະກິດອອນລາຍຂອງທ່ານສາມາດບັນລຸເປົ້າຫມາຍ. ການນໍາໃຊ້ການຄ້າເອເລັກໂຕຣນິກສາມາດຊ່ວຍໃຫ້ຜູ້ປະກອບການປະຢັດເງິນທັງໃນເລື່ອງຂອງ
ການຂາຍ, ການຈ້າງພະນັກງານ ແລະຍັງສາມາດໃຫ້ບໍລິການໄດ້ຕະຫຼອດ 7 ວັນ, 24 ຊົ່ວໂມງ ໂດຍມີຜູ້ຊົມໃຊ້ອິນເຕີເນັດໃນທົ່ວໂລກຫຼາຍກ່ວາ 600 ລ້ານຄົນ,ເຮັດໃຫ້ປະລິມາດການຊື້ຂາຍໃນ
ຕະຫຼາດອອນລາຍເພີ່ມຂຶ້ນຕະຫຼອດເວລາ, ແຕ່ທັງນີ້ທັງນັ້ນ ກໍ່ຂື້ນກັບຜູ້ຂາຍເອງທີ່ຈະຕ້ອງຮຽນຮູ້
ກ່ຽວກັບຜະລິດຕະພັນ, ຊ່ອງທາງການປະຊາສຳພັນ ເຊັ່ນດຽວກັນກັບການກໍານົດກຸ່ມເປົ້າໝາຍ
ຢ່າງຈະແຈ້ງ ເພື່ອເຮັດໃຫ້ການນໍາໃຊ້ສື່ເຫຼົ່ານີ້ມີປະສິດທິພາບສູງສຸດ.
          ດັ່ງນັ້ນ, ການມີເວັບໄຊເພື່ອຈຳໜ່າຍສິນຄ້າ ຈິ່ງບໍ່ແມ່ນເຄື່ອງຮັບປະກັນຄວາມສຳເລັດ
ທາງທຸລະກິດ ເພາະຍັງມີອົງປະກອບທີ່ເປັນຕົວແປສຳຄັນຄື: "ການຕະຫຼາດ" ແຕ່ເດີມນັ້ນຫຼາຍ
ທ່ານອາດຈະຮູ້ຈັກສ່ວນປະສົມທາງການຕະຫຼາດພຽງ 4 P ເຊິ່ງໄດ້ແກ່, ສິນຄ້າ, ລາຄາ, ສະຖານທີ່ ແລະ ການສົ່ງເສີມການຂາຍ. ແຕ່ໃນປັດຈຸບັນທ່ານຕ້ອງຮູ້ກ່ຽວກັບ 2P ໃໝ່ຄື Personalization 
and Privacy ເຊິ່ງໝາຍເຖິງ ການໃຫ້ບໍລິການແບບເຈາະຈົງ ແລະ ການຮັກສາຄວາມເປັນສ່ວນຕົວ ທີ່ເຮົາຈະເອົາໄປປະຍຸກໃຊ້ກັບການຕະຫຼາດດັ້ງເດີມ ບວກກັບຄວາມສາມາດພິເສດຂອງເຕັກໂນໂລຢີ
ເຮັດໃຫ້ເກີດອົງປະກອບການຕະຫຼາດແບບໃໝ່ໄດ້.

No comments:

Post a Comment