ວິທີສັ່ງຊື້ເຄື່ອງອອນລາຍ

ສຳລັບຄົນລາວເຮົາແລ້ວ ການສັ່ງຊື້ເຄື່ອງອອນລາຍ ຍັງເປັນເລື່ອງໄກຕົວສຳລັບຄົນສ່ວນຫຼາຍ, 
ແຕ່ການສັ່ງຊື້ອອນລາຍແມ່ນງ່າຍ ແລະ ຊື້ໂດຍຕົງຈາກຮ້ານເລີຍ ບໍ່ວ່າຈະຂາຍຢູ່ແຈໃດຂອງໂລກ
ເຮົາກໍ່ຊື້ໄດ້ດ້ວຍລາຄາທີ່ສະແດງໃຫ້ເຫັນເລີຍ.  ຕໍ່ໄປຂ້າພະເຈົ້າຈະອະທິບາຍຢ່າງລະອຽດສູ່ຟັງດັ່ງນີ້:

1. ເປັນຫຍັງຕ້ອງຊື້ນຳ Amazon, ຄວາມຈິງແລ້ວທ່ານສາມາດຊື້ໄດ້ທຸກຮ້ານອອນລາຍ ແຕ່ຖ້າທ່ານໄດ້ລອງເຂົ້າໄປຊອບເບິ່ງແລ້ວຮັບຮອງວ່າ Amazon ມີເກືອບທຸກຢ່າງທີ່ທ່ານຕ້ອງການ, ແລະ ສະດວກສະບາຍ, ຊື້ງ່າຍ, ສົ່ງເຖິງປະເທດເຮົາ (ໂດຍຈະມີປ້າຍແນະນຳ). ການສັ່ງຊື້ຈາກ Amazon ແມ່ນເປັນພາສາອັງກິດໝົດ

ກ. ສະໝັກສະມາຊິກ http://www.amazon.com/
ຂ. ເລືອກສິນຄ້າ (ແລ້ວເລືອກສະເພາະ International Shipping (What's this?) AmazonGlobal Eligible)
ຄ. ໃສ່ກະຕ່າ add to cart

ທ່ານຕ້ອງໃຊ້ບັດເຄຣດິດເພື່ອຊື້ເຄື່ອງອອນລາຍ ຖ້າບໍ່ມີກໍ່ສາມາດເປີດຢູ່ທະນາຄານໃດກໍ່ໄດ້ ແຕ່ແນະນຳ ANZ ເພາະຂ້າພະເຈົ້າໃຊ້ຊື້ຢູ່ປະຈຳ ຫຼື ຫາໃຜກໍ່ໄດ້ຊື້ໃຫ້.

2. ແລ້ວເລື່ອງພາສີເດຊັ້ນ? ອັນນີ້ຂື້ນກັບສິນຄ້າ, ຖ້າເຮົາຊື້ແນວບໍ່ແພງຫຼາຍ ດ້າມອັນສອງອັນໃຊ້ສ່ວນຕົວ ກໍ່ຄົງບໍ່ມີບັນຫາ ສຳຄັນແມ່ນຕ້ອງຕໍ່ລອງ ຫຼື ຖ້າເສັ້ນໃຫຍ່ແດ່ກໍ່ແຮງສະບາຍ...

3. ແລ້ວຄ່າຂົນສົ່ງເດລະ? ສິນຄ້າທຸກອັນທີ່ມີຄຳວ່າ Eligible for FREE Super Saver Shipping ແມ່ນຂົນສົ່ງລ້າໆ...

4.ເວລາຊື້ຕ້ອງອ່ານໃຫ້ລະອຽດ ໂດຍສະເພາະ ສົ່ງຮອດລາວບໍ່? ສົ່ງລ້າໆບໍ່? ເປັນຕົ້ນ, ແຕ່ຖ້າທ່ານກະເປົາໜັກ ກໍ່ບໍ່ຕ້ອງກັງວົນເລື່ອງຈິບໆແນວນີ້ຢູ່ແລ້ວ....


Add caption