Sunday, September 16, 2012

ຄີບອດຄົບຊຸດ ລາຄາທີ່ໃຜໆກໍ່ຊື້ໄດ້

ຫຼາຍທ່ານຝັນທີ່ຈະໄດ້ ເຄື່ອງດົນຕີແບບນີ້
ແຕ່ເສຍດາຍທີ່ຢູ່ບ້ານເຮົາມັນແພງຫຼາຍ
ເພາະຕ້ອງໄດ້ນຳເຂົ້າ. ແຕ່ທ່ານສາມາດ
ຊື້ໄດ້ໂດຍຕົງ ດ້ວຍລາຄາທີ່ທ່ານຊື້ໄດ້.

ຄີບອດ Yamaha PSR E433 ລຸ້ນໃໝ່ລ້າສຸດ
ຫຼີ້ນໄດ້ໃກ້ຄຽງລຸ້ນໃຫຍ່ທີ່ໃຊ້ອອກງານ ພຽງ
ແຕ່ປຸ່ມໃຊ້ງານມີໜ້ອຍກ່ວາເທົ່ານັ້ນ ສ່ວນ
ຄຸນນະພາບສຽງແມ່ນຄືລຸ້ນໃຫຍ່ເລີຍ.

ໄປຖາມລາຄາຢູ່ບ້ານເຮົາແລ້ວ ສອງເທົ່າ
ຂອງລາຄາອອນລາຍ.


ເຂົ້າໄປເບິ່ງລາຍລະອຽດຄີບອດ

ສ່ວນຂ້າພະເຈົ້າແມ່ນຊື້ແລ້ວ ສົມດັ່ງປາຖະໜາມາດົນ...ຄົບຊຸດເລີຍ

Saturday, September 15, 2012

ການຕະຫຼາດແບບອອນລາຍ (E-marketing)





          ການຊື້ເຄື່ອງອອນລາຍຍັງເປັນເລື່ອງໄກຕົວສຳຫຼັບຄົນລາວ ໂດຍສະເພາະຜູ້ມີລາຍໄດ້ຕ່ຳ. ແຕ່ຫຼາຍຄົນຄົງຍັງບໍ່ຮູ້ວ່າ ການຊື້ເຄື່ອງອອນລາຍແມ່ນ ປອດໄພ, ຖືກ, ແລະ ຄຸ້ມຄ່າ.

          ເຖິງວ່າ ຢູ່ບ້ານເຮົາຍັງບໍ່ທັນມີຮ້ານຄ້າອອນລາຍ ຫຼືວ່າມີກໍ່ບໍ່ແນ່ໃຈ, ແຕ່ຄິດວ່າຕໍ່ໄປ
ຄົງຈະມີແນວໂນມເກີດຂື້ນຫຼາຍ ເພາະບ້ານເມືອງເຮົາກຳລັງພັດທະນາໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

          ສະນັ້ນ ການຮຽນຮູ້ເລື່ອງການຊື້ຂາຍ ຫຼືການຕະຫຼາດອອນລາຍ ຈຶ່ງເປັນສິ່ງຈຳເປັນ ເພື່ອຍົກສູງ
ຊີວິດການ ເປັນຢູ່ຂອງຄົນລາວເຮົາໃຫ້ທຽບເທົ່າກັບສາກົນ.


ການດຳເນີນຕະຫຼາດອອນລາຍ (Online Marketing)
                       
          ເປັນແນວທາງທີ່ມາແຮງຫຼາຍໃນຍຸກນີ້ ເຊິ່ງເປັນວັດຕະກຳໜຶ່ງທາງດ້ານການຕະຫຼາດ
ກໍ່ຄືຈະແບ່ງເປັນ 2 ແນວນທາງຄື:
                                 1.ການຕະຫຼາດແບບ Offline Marketing ກໍ່ຄື: ການສື່ສານການຕະຫຼາດ
ໂດຍໃຊ້ເຄື່ອງມືກຸ່ມ Above the line ແລະ ກຸ່ມ Below the line Activities ເຊິ່ງກໍ່ຄື: ກິດຈະກຳ
ທາງໂຄສະນາ ການຕະຫຼາດແລະການຂາຍທີ່ບໍ່ກ່ຽວຂ້ອງກັບອິນເຕີເນັດແລະຈັບຕ້ອງໄດ້ນັ້ນເອງ. 
                                 2.ການຕະຫຼາດແບບອອນລາຍ Online Marketing ກໍ່ຄືການຕະຫຼາດທີ່ມີກິດຈະກຳໃນໂລກໄຊເບີ ຫຼືລະບົບອິນເຕີເນັດທັງໝົດນັ້ນເອງ ບໍ່ວ່າຈະເປັນການຊື້ການຂາຍ ການໂຄສະນາຫຼືການວາງແຜນການຕະລາດຜ່ານທາງອິນເຕີເນັດ ເຊິ່ງປະຈຸບັນມີຄວາມສຳຄັນຫຼາຍແລະສາມາດລົດຜ່ອນຄ່າໃຊ້ຈ່າຍໄດ້ຢ່າງມະຫາສານ ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້  
                      

          ວິທີການຕີຕະຫຼາດໃນໂລກອອນລາຍ ອົງປະກອບຕ່າງໆ ຂອງຕະຫຼາດແບບພານິດ ອິເລັກໂຕຣນິກ ເປັນສິ່ງສໍາຄັນ ທີ່ຜູ້ປະກອບການມີຫນ້າຮ້ານເທິງໂລກໄຊເບີແຫ່ງນີ້
ຈະຕ້ອງທຳຄວາມເຂົ້າໃຈເປັນຢ່າງດີ ເພື່ອຈະໄດ້ຈັດກິດຈະກໍາການຕະຫຼາດຕາມຄວາມເຫມາະສົມ ແລະເກີດປະສິດທິຜົນຫຼາຍທີ່ສຸດ.
            
          ຢູ່ໃນເລີ່ມຕົ້ນນັ້ນ ການຕະຫຼາດອາດເປັນເລື່ອງຍາກສໍາລັບຜູ້ດໍາເນີນການໃຫມ່ ລວມເຖິງຜູ້ປະກອບການທີ່ກຳລັງດຳເນີນທຸລະກິດຢູ່. ເຖິງຢ່າງໃດກໍຕາມ, ການສຶກສາຫາຂໍ້ມູນ ແລະຄວາມເຂົ້າໃຈຂອງວິທີການຕະຫຼາດຈະສາມາດນໍາເອົາຂໍ້ມູນຂ່າວສານດັ່ງກ່າວເພື່ອສືບຕໍ່ຄວາມ
ເຂົ້າໃຈໄດ້. ນີ້ຈະຊ່ວຍເຮັດໃຫ້ທຸລະກິດອອນລາຍຂອງທ່ານສາມາດບັນລຸເປົ້າຫມາຍ. ການນໍາໃຊ້ການຄ້າເອເລັກໂຕຣນິກສາມາດຊ່ວຍໃຫ້ຜູ້ປະກອບການປະຢັດເງິນທັງໃນເລື່ອງຂອງ
ການຂາຍ, ການຈ້າງພະນັກງານ ແລະຍັງສາມາດໃຫ້ບໍລິການໄດ້ຕະຫຼອດ 7 ວັນ, 24 ຊົ່ວໂມງ ໂດຍມີຜູ້ຊົມໃຊ້ອິນເຕີເນັດໃນທົ່ວໂລກຫຼາຍກ່ວາ 600 ລ້ານຄົນ,ເຮັດໃຫ້ປະລິມາດການຊື້ຂາຍໃນ
ຕະຫຼາດອອນລາຍເພີ່ມຂຶ້ນຕະຫຼອດເວລາ, ແຕ່ທັງນີ້ທັງນັ້ນ ກໍ່ຂື້ນກັບຜູ້ຂາຍເອງທີ່ຈະຕ້ອງຮຽນຮູ້
ກ່ຽວກັບຜະລິດຕະພັນ, ຊ່ອງທາງການປະຊາສຳພັນ ເຊັ່ນດຽວກັນກັບການກໍານົດກຸ່ມເປົ້າໝາຍ
ຢ່າງຈະແຈ້ງ ເພື່ອເຮັດໃຫ້ການນໍາໃຊ້ສື່ເຫຼົ່ານີ້ມີປະສິດທິພາບສູງສຸດ.
          ດັ່ງນັ້ນ, ການມີເວັບໄຊເພື່ອຈຳໜ່າຍສິນຄ້າ ຈິ່ງບໍ່ແມ່ນເຄື່ອງຮັບປະກັນຄວາມສຳເລັດ
ທາງທຸລະກິດ ເພາະຍັງມີອົງປະກອບທີ່ເປັນຕົວແປສຳຄັນຄື: "ການຕະຫຼາດ" ແຕ່ເດີມນັ້ນຫຼາຍ
ທ່ານອາດຈະຮູ້ຈັກສ່ວນປະສົມທາງການຕະຫຼາດພຽງ 4 P ເຊິ່ງໄດ້ແກ່, ສິນຄ້າ, ລາຄາ, ສະຖານທີ່ ແລະ ການສົ່ງເສີມການຂາຍ. ແຕ່ໃນປັດຈຸບັນທ່ານຕ້ອງຮູ້ກ່ຽວກັບ 2P ໃໝ່ຄື Personalization 
and Privacy ເຊິ່ງໝາຍເຖິງ ການໃຫ້ບໍລິການແບບເຈາະຈົງ ແລະ ການຮັກສາຄວາມເປັນສ່ວນຕົວ ທີ່ເຮົາຈະເອົາໄປປະຍຸກໃຊ້ກັບການຕະຫຼາດດັ້ງເດີມ ບວກກັບຄວາມສາມາດພິເສດຂອງເຕັກໂນໂລຢີ
ເຮັດໃຫ້ເກີດອົງປະກອບການຕະຫຼາດແບບໃໝ່ໄດ້.

Friday, September 14, 2012

ກີ່ຕ່າໄຟຟ້າສຳຫຼັບນ້ອງໃໝ່ໃນວົງການ

ກີ່ຕ່າໄຟຟ້າ ສຳຫຼັບ ຜູ້ຄິດທີ່ຈະເລີ່ມຫຼີ້ນ
ແນະນຳໃຫ້ຊື້ອອນລາຍ ຈະໄດ້ລາຄາຖືກ
ສ່ວນວິທີຊື້ນັ້ນ ໄດ້ອະທີບາຍໄວ້ແລ້ວ

ວິທີຊື້ເຄື່ອງອອນລາຍ

ເຂົ້າໄປເບິ່ງລາຍລະອຽດກີ່ຕ່າ


ກີ່ຕ່າໃໝ່ໆລາຄາຊື້ໄດ້

ຊື້ມາແລ້ວຫຼີ້ນໄດ້ທັນທີສຸດຄຸ້ມ
ຫາຊື້ຢູ່ບ່ອນໃດບໍ່ໄດ້ອີກແລ້ວ
ຖ້າທ່ານຄິດຈະຫຼີ້ນ ກີ່ຕ່າໄຟຟ້າ
ບໍ່ຕ້ອງລົງທືນຊື້ເຄື່ອງແພງໆ

ວິທີຊື້ເຄື່ອງອອນລາຍ

ເຂົ້າໄປເບິ່ງລາຍລະອຽດກີ່ຕ່າ

Tuesday, April 3, 2012

ສຸດຍອດໂປຣແກມຮັກສາຄວາມປອດໄພ

Add caption
ສຸດຍອດໂປຣແກມຮັກສາຄວາມປອດໄພ
ທີ່ບັນດາອົງກອນໃຫຍ່ໆຊົມໃຊ້ກັນດ້ວຍ
ຄວາມໄວ້ວາງໃຈ.
ດາວໂຫຼດ

ເຈົ້າຊາຍແຫ່ງເປີເຊຍ

Add caption
ແນວຕໍ່ສູ້ ແບບຊາວເອເຊຍຕາເວັນອອກກາງ
ເປັນການຕໍ່ສູ້ຂອງເຈົ້າຊາຍແຫ່ງເປີເຊຍ
ເພື່ອໃຫ້ໄດ້ມາຊື່ງອຳນາດ ແລະການຄອບຄອງ
ບັນລັງ.
ດາວໂຫຼດ

Monday, April 2, 2012

ທະຫານຈອມສຸ້ມທະລຸນະລົກ

Add caption
ເກມທະຫານລັບ ແນວສຸ້ມຍິງ
ມ່ວນ ແລະມັນ ສົມຈິງສຸດໆ.
ດາວໂຫຼດ

ວາລະສານລົດ

Add caption
ທ່ານທີ່ຮັກລົດ, ທ່ານທີ່ມັກຄວາມໄວ, ທ່ານ
ທີ່ມັກຄວາມຫຼູຫຼາແບບມີລົດສະນິຍົມ
ຕ້ອງບໍ່ພາດຫົວນີ້.
ດາວໂຫຼດ

ສິລະປະການເຮັດອາຫານຝຣັ່ງ

Add caption
ທ່ານທີ່ມັກຄົວກິນ ຫຼື ລົງໄຫຼໃນອາຫານ
ການກິນ ຕ້ອງອ່ານຫົວນີ້ເລີຍ ໂດຍສະເພາະ
ແມ່ນອາຫານ ຝຣັ່ງ.
ດາວໂຫຼດ

ນິຍາຍຮັກເວດມົນມືດ Twilight

Add caption
ເປັນເລື່ອງລາວກ່ຽວກັບຄວາມຮັກລະຫ່ວາງ
ມະນຸດກັບຜີດິບ(Dracula) ທີ່ໄດ້ຮັບ
ຄວາມນິຍົມ ແລະໄດ້ສ້າງເປັນໜັງເລື່ອງ
ທີ່ມີສື່ສຽງໄປທົ່ວໂລກມາແລ້ວ.
ດາວໂຫຼດ